html>



ສອນໃຊ້ໂປຣແກຣມ Format Factory


ດຽວນີ້ຫຼາຍຄົນມັກແປງໄຟລຕ່າງໆ ລົງໃນໂທລະສັບ ເອົາໄວ້ເບິ່ງໃນ iPad , iPhone ເຜື່ອເອົາໄວ້ເບິ່ງ
ຕອນເດີນທາງໄປຫຼິ້ນ ຫຼື ໄປເຮັດວຽກ ເຊິ່ງກໍ່ມີ Software ຫຼາຍໂຕທີເອົາໄວ້ແປງໄຟລມີທັງເສຍເງິນ ແລະ
ບໍເສຍເງິນ ແຕ່ມື້ນີ້ຂ້ອຍຈະມາແນະນຳໂປຣແກຣມ Format Factory ເຊິ່ງເປັນໂປຣແກຣມຟີ ທີ່ເອົາໄວ້ແປງໄຟລ
ເຊິ່ງຈະມາສອນວິທີການແປງໄຟລໃຫ້ເບິ່ງ ວ່າແປງໄຟຢ່າງໃດສຳລັບມືໃໝ່.

ວິທີການແປງໄຟ Format Factory


1. ດາວໂຫຼດໂປຣແກຣມມາລົງ Download Format Factory ຈາກນັ້ນກ່ລົງໂປຣແກຣມ ແລະ ເປີດໂປຣແກຣມຂຶ້ນມາ.
2. ທໍ່າການເປີດໂປຣແກຣມຂຶ້ນມາ ຈະເຫັນເມນູຫຼັກ ຄື ຫົວຂໍ້ Video , Audio
ເຊັ່ນຕົວຢ່າງ ຈະແປງໄຟຣ Video ກໍ່ເລືອກຫົວຂໍ້ Video
ຖ້າເຮົາຈະທຳການແປງໄຟລຫຍັງກໍ່ໃຫ້ເລືອກຫົວຂໍ້ນັ້ນໆ

3. ເມື່ອຢູ່ໃນຫົວຂໍ້ Video ກໍ່ໃຫຄິກIcon ວ່າຈະເລືອກແປງໄຟຣເປັນນາມສະກຸນຫຍັງ All to MP4 , All to AVI
ໃຫຄິກ Icon ທີ່ຈະແປງໄຟຣ> ຈະມີອີກໜ້າຕ່າງຂຶ້ນມາ


4. ກົດ Add File ເປັນການເລືອກໄຟຣທີ່ເຮົົາຈະແປງເຂົ້າມາໃນໂປຣແກຣມ
OutPut Folder : ເປັນFolder ທີ່ເກັບໄຟຣປາຍທາງເມື່ອເຮົາແປງໄຟຣສຳເລັດຮຽບຮ້ອຍ
ເມື່ອຄິກເລືອກຮຽບຮ້ອຍແລ້ວຄິກOK

5. ຈາກນັ້ນໃຫ້ເຮົາຄິກໄປທີ່ໄຟຣທີ່ເຮົາຈະແປງຈາກນັ້ນກໍ່ກົດStart

6. ຈາກນັ້ນກໍ່ຖ້າການແປງໄຟຣ

ການແປງໄຟຣ ຈະຊາຫຼືໄວຂຶ້ນກັບຂະໜາດຂອງໄຟຣຫຼື Video ທີ່ຈະແປງ ແລະ ຂຶ້ນກັບ Spec Computer