1. ຊື່ ແລະ ທີ່ຕັ້ງຂອງສະມາຄົມ
| ພາສາລາວ | ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ |
| ພາສາອັງກິດ | Japan Alumni of Laos (JAOL) |
| ພາສາຍີ່ປຸ່ນ |  |
ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ ແມ່ນເປັນສະມາຊິກລວມໝູ່ ຂອງສະມາຄົມມິດຕະພາບ ລາວ-ຍີ່ປຸ່ນສູນກາງ ທີ່ມີກອງເລຂາປະຈຳຢູ່ພະແນກມິດຕະພາບ ກົມພົວພັນມະຫາຊົນ ຄະນະພົວພັນການ ຕ່າງປະເທດສູນກາງພັກ. ໂດຍມີໃບແຈ້ງການ ເຫັນດີໃຫ້ຈັດຕັ້ງເປັນສະມາຊິກລວມໝູ່ ລົງວັນທີ່ 11/05/2001. ສະມາຄົມມີຫ້ອງການຊົ່ວຄາວ ຢູ່ສູນຮ່ວມມື ດ້າຍຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ.
2. ຈຸດປະສົງ ແລະ ເປົ້າໝາຍ
ຈຸດປະສົງຂອງສະມາຄົມ ກໍ່ແມ່ນອັນດຽວກັນກັບ ຈຸດປະສົງຂອງການສ້າງຕັ້ງສະມາຄົມ ດັ່ງທີ່ໄດ້ກ່າວໄວ້ຂ້າງ ເທິງ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ, ຈຸດປະສົງໃຫຍ່ໆ ຂອງສະມາຄົມ ແມ່ນບໍ່ມີການປ່ຽນແປງ ດັ່ງຈະໄດ້ສະເໜີ ລຸ່ມນີ້:
- ກ. ເສີມສ້າງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃນສະມາຄົມ
- ຂ. ປະກອບສ່ວນເຂົ້າໃນວຽກງານພັດທະນາ ເສດຖະກິດ ແລະ ສັງຄົມລາວ
- ຄ. ປະກອບສ່ວນເຂົ້າໃນວຽກງານຕ່າງໆ ເພື່ອມິດຕະພາບລາວ-ຍີ່ປຸ່ນ
ໃນໄລຍະທີ່ຜ່ານມາ ອາດພົບເຫັນຫຼາຍໆຮູບແບບ ການສັງລວມຈຸດປະສົງຂອງສະມາຄົມ, ແຕ່ໃນຈຸດໃຫຍ່ໆ ແລ້ວສະມາຄົມແມ່ນມີໄວ້ ເພື່ອຜົນປະໂຫຍດຂອງສະມາຊິກທຸກຄົນ ໃນສະມາຄົມ (ຂໍ້ ກ), ຕໍ່ມາ, ເມື່ອຍ່າງກ້າວ ອອກຈາກ ສະມາຄົມກ້າວໜື່ງ ສະມາຄົມກໍ່ຕ້ອງສ້າງປະໂຫຍດ ໃຫ້ແກ່ສັງຄົມລາວ ກໍ່ຄືປະເທດຊາດ ຜູ້ທີ່ເປັນພໍ່ ເປັນແມ່ລ້ຽງດູເຮົາມາ (ຂໍ້ ຂ), ແລະ ຫຍັບອອກໄປອີກໜ້ອຍໜື່ງ ສະມາຄົມກໍ່ຕ້ອງສ້າງປະໂຫຍດ ໃຫ້ແກ່ສັງຄົມ ກໍ່ຄືປະເທດຍີ່ປຸ່ນ ຜູ້ທີ່ເປັນຄູບາອາຈານ ໃຫ້ຄວາມຮູ້ເຮົາມາ ອາດຈະໃນຮູບແບບ ເປັນຂົວເຊື່ອມລະຫວ່າງ 2 ປະ ເທດ 2 ປະຊາຊົນ ປະກອບສ່ວນ ເຂົ້າໃນວຽງການຕ່າງໆ ທີ່ເສີມສ້າງ ມິດຕະພາບລາວ-ຍີ່ປຸ່ນ (ຂໍ້ ຄ).
|