about JAOL events job and scholarship discussion about Laos about Japan links

ໜ້າທຳອິດ>ກິດຈະກຳ>ກິດຈະກຳ,ວັນທີ 22/03/2008

ກິດຈະກຳ,ວັນທີ 22/03/2008


ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ5

ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ5

ຄື່ດັງທຸກໆປິນັບແຕ່ລະປີນັບຕັ້ງແຕ່ປີ2003 ໄດ້ມີການຈັດການແຂ່ງຂັນເວົ້າພາສາຍີ່ປຸ່ນຂື້ນ ໃນ ວັນເສົາ, ວັນທີ22 ມີນາ 2008 ຢູ່ຫໍວັດທະນະທຳແຫ່ງຊາດ. ເຊິ່ງດຳເນີນງານໂດຍ ຄະນະກຳມະການຈັດງານການແຂ່ງຂັນເວົ້າພາສາຍີ່ປຸ່ນ ທີປະກອບດ້ວຍ ສະຖານທູດຍີ່ປຸ່ນປະຈຳລາວ, ສູນຮ່ວມມືລາວ-ຍີ່ປຸ່ນດ້ານຊັບພະຍາກອນມະນຸດ, ພະແນກພາສາຍີ່ປຸ່ນ ຄອສ ມະຫາວິທະຍາໄລແຫ່ງຊາດ, ສູນພາສາສີຫອມວິທະຍາ, ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ, ສູນພາສາຍີ່ປຸ່ນເທັນຣິ, ສູນຝຶກອົບຮົມ ເທດຈັງເນັດ, ສູນພາສາຍີ່ປຸ່ນດອກຈຳປາ, ສະຖາບັນຄຳພີ ຂໍ້ມູນຂ່າວສານແລະສື່ສານ ເທັກໂນໂລຢີ (KPIT) ອົບຮົມພາສາຍີ່ປຸ່ນ, ຫ້ອງຮຽນພາສາຍີ່ປຸ່ນຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ສູນການສຶກສາຕີຣສະຫວັດ. ແລະໄດ້ຮັບການສະໜັບສະໜູນຈາກ ກະຊວງສຶກສາ, ມູນນິທິຍີ່ປຸ່ນ, ອົງການໄຈກາ (JICA) ປະຈຳລາວ ອົງການ JICE, Association of Japanese Residents in Lao PDR, ບໍລິສັດ ໂອຈິລາວປູກຕົ້ນໄມ້ຈຳກັດ, ບໍລິສັດເຊບຕີຊູດຈຳກັດ, Japanese Overseas Enterprise Association.

ການແຂ່ງຂັນເວົ້າພາສາຍີ່ປຸ່ນນີ້ມີຈຸດປະສົງເພື່ອເປັນການສົ່ງເສີມການຮຽນພາສາຍີ່ປຸ່ນ ແລະ ເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຍີ່ປຸ່ນ ແລະ ລາວ. ເປັນກຽດເຂົ້າຮ່ວມໃນງານແຂ່ງຂັນຄັ້ງນີ້ມີ ທ່ານ ກະຊຸຮີໂຣ ຟູຈິມູຣະ, ອຸປະທູດຊົ່ວຄາວຍີ່ປຸ່ນ, ທ່ານ ປອນເມກ ດາລາລອຍ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ (ປະທ່ານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ), ທ່ານ ຄຳສິງ ໄຊຍະກອນ, ຫົວໜ້າຄະນະກຳມາທິການເສດຖະກິດ ແລະ ການເງີນ ສະພາແທ່ງຊາດ (ປະທານສະມາຄົມມິດຕະພາບ ລັດຖະສະພາລາວ-ຍີ່ປຸ່ນ), ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ພ້ອມດ້ວຍ ປະຊາຊົນ ແລະນັກຮຽນຫລາຍກວ່າ 400ຄົນ.

ການການແຂ່ງຂັນມີ 2 ລະດັບ, ມີ 10ຄົນໃນປະເພດA (ລະດັບເລີ່ມຕົ້ນ : ຜູ້ທີ່ຍັງບໍ່ທັນຮຽນຈົບໄວຍາກອນ ເທົ່າທຽມ [ ປຶ້ມ ມິນນາໂນະນິຮົງໂກະ ບົດທີ25 ] ຮອດວັນທີ 15/02/2008), ແລະ ມີ 6ຄົນໃນປະເພດB (ລະດັບກາງ : ຜູ້ທີ່ຮຽນຈົບໄວຍາກອນ ເທົ່າທຽມ [ ປຶ້ມ ມິນນາໂນະນິຮົງໂກະ ບົດທີ25 ຂຶ້ນໄປ ] ຮອດວັນທີ 15/02/2008) . ຜູ້ຊະນະເລີດໃນປະເພດB ຈະໄດ້ເຂົ້າຮ່ວມການແຂ່ງເວົ້າພາສາຍີ່ປຸ່ນ ອາຊຽນເຊິ່ງຈະຈັດຂື້ນທີ່ປະເທດຍີ່ປຸ່ນ. ເຊິ່ງຜົນຂອງການແຂ່ງຂັນມີດັ່ງນີ້

ປະເພດ A ອັນດັບທີ 1 ນາງ ພະນິດາ ໄຊຍະວົງ ເລື່ອງຂອງຄວາມທຸກ

ອັນດັບທີ 2 ຫ້າວ ວຽງສະຫວັນ ວັນສະຫວັດ ຄວາມຮູ້ຈາກຂີ້ເຫຍື້ອ

ອັນດັບທີ 3 ຄູບາ ສຳລິນ ປະເສິດສິນ ຄວາມສຳຄັນຂອງການຮຽນ
ປະເພດ B ອັນດັບທີ 1 ນາງ ດວງມະນີ ເຮຶອງຄຳແສນ ຄວາມແຕກຕ່າງລະຫວ່າງຊາວໜຸ່ມລາວ ແລະ ຊາວໜຸ່ມຍີ່ປຸ່ນ

ອັນດັບທີ 2 ທ້າວ ທອງຂັນ ແກ້ວແກ່ນຈັນ ຢາວິເສດ

ອັນດັບທີ 3 ທ້າວ ພຸດສະດີ ສີຖາວອນ 5ນາທີກໍ່ລືມບໍ່ໄດ້
ປະຫວັດການແຂ່ງຂັນເວົ້າພາສາຍີ່ປຸ່ນ
ຄັ້ງທີ1 ວັນທີ15 ເດື່ອນ3 2003
ຄັ້ງທີ2 ວັນທີ13 ເດື່ອນ3 2004
ຄັ້ງທີ3 ວັນທີ16 ເດື່ອນ3 2005
ຄັ້ງທີ4 ວັນທີ10 ເດື່ອນ3 2007
ຄັ້ງທີ5 ວັນທີ22 ເດື່ອນ3 2007
ບາງຮູບຂອງ ການແຂ່ງຂັນເວົ້າພາສາຍີ່ປຸ໋ນ ຄັ້ງທີ5

Japanese SpeechJapanese Speech
Japanese SpeechJapanese Speech
Japanese SpeechJapanese Speech
Japanese SpeechJapanese Speech
ກັບຄືນຂື້ນເທີງ

Copyright (c) 2007-2008. Japan Alumni of Laos (JAOL). All rights reserved.
Hosted by www.Geocities.ws

1