about JAOL events job and scholarship discussion about Laos about Japan links

ໜ້າທຳອິດ>ກິດຈະກຳ>ກິດຈະກຳ,ວັນທີ 18/08/2007

ກິດຈະກຳ,ວັນທີ 18/08/2007


ການແຂ່ງຂັນໂບວ໌ລິ້ງກັບ ສະມາຄົມຄົນຍີ່ປຸ່ນຢູ່ ລາວ

ການແຂ່ງຂັນໂບວ໌ລິ້ງກັບ ສະມາຄົມຄົນຍີ່ປຸ່ນຢູ່ ລາວ

ຮຽນ ສະມາຊິກ ຂອງ ສະມາຄົມ ອະດີດນັກສຶກສາ ລາວຈາກຍີ່ປຸ່ນ.


ທ່ານ Tokunaga Kiyoharu ຫົວໜ້າ ສະມາຄົມຄົນຍີ່ປຸ່ນຢູ່ ລາວ ໄດ້ອອກໃບແຈ້ງການ ຂ້າງລຸ່ມນີ້ ເພື່ອເປັນການເຊື້ອເຊີນບັນດາ ສະມາຊິກ ຂອງ ສະມາຄົມ ອະດີດນັກສຶກສາ ລາວຈາກຍີ່ປຸ່ນ.

ແຈ້ງການ [ເລື່ອງ ການແຂ່ງຂັນ ໂບວ໌ລິ້ງ]

ພວກເຮົາ ມີຄວາມຍິນດີ ທີ່ຈະແຈ້ງໃຫ້ບັນດາທ່ານ ຮູ້ ກ່ຽວກັບ ກິດຈະກຳ.ການແຂ່ງຂັນ ໂບວ໌ລິ້ງ ຂຶ້ນ ເປັນປະຈຳທຸກໆປີ, ດັ່ງມີລາຍລະອຽດຢູ່ຂ້າງລຸ່ມ. ໃນປີນີ້ ກໍ່ເຊັ່ນດຽວກັນ, ພວກເຮົາ ກໍ່ໄດ້ກະກຽມຂອງລາງວັນຕ່າງໆໃຫ້ແກ່ຜູ້ຊະນະ. ນອກຈາກນັ້ນ, ຫລັງ ຈາກສຳເລັດ ການແຂ່ງຂັນແລ້ວ ພວກເຮົາ ຍັງໄດ້ກະກຽມອາຫານທ່ຽງໄວ້ໃຫ້ທ່ານດ້ວຍ. ດັ່ງນັ້ນ, ຈຶ່ງຂໍ ຮຽນເຊີນບັນດາທ່ານ ເຂົ້າຮ່ວມໃນກິດຈະກຳນຳພວກເຮົາດ້ວຍ.

ລາຍລະອຽດ


1. ວັນ ເວລາ : ວັນທີ 18/08/2007 (ວັນເສົາ)
ລົງທະບຽນ 09:00 ໂມງ (ກະລຸນາ ຮັກສາເວລາ)
09:30 ເລີ່ມການແຂ່ງຂັນ
13:00 ຈົບການແຂ່ງຂັນ
2. ສະຖານທີ່ : ສູນ ລາວໂບວ໌ລິ້ງ (ດ້ານຫລັງ ຂອງ ໂຮງແຮມ ເສດຖາປາລາສ)
ໂທລະສັບ : 22 3219.
3. ຄ່າສະໝັກ : ທັງຜູ້ໃຫຍ່ ແລະ ເດັກນ້ອຍ : 50,000 ກີບ/ຄົນ (ເຊິ່ງ ຈະເກັບໃນມື້ແຂ່ງຂັນ, ຮວມມີ : ຄ່າເກີບ, ເກມ 2 ເກມ, ອາຫານທ່ຽງ).
4. ເງື່ອນໄຂ ຂອງ ການສະໝັກ : ຕ້ອງເປັນສະມາຊິກ ຂອງ ສະມາຄົມ ຄົນຍີ່ປຸ່ນຢູ່ ລາວ ຫລື ພະນັກງານ ຄົນລາວ ທີ່ສັງກັດຢູ່ໃນກຸ່ມ ຂອງ ສະມາຊິກ ແລະ ສະມາຊິກ ຂອງ ສະມາຄົມ ອະດີດນັກສຶກສາ ລາວ-ຍີ່ ປຸ່ນ.
ເນື່ອງຈາກ ສະຖານທີ່ມີຂະໜາດຈຳກັດ, ໃນກໍລະນີ ທີ່ມີຜູ້ສະໝັກຫລາຍ ຜູ້ທີ່ເປັນສະມາຊິກ ຈະໄດ້ຖືກ ຮັບພິຈາລະນາກ່ອນ. ເຊິ່ງໃນກໍລະນີດັ່ງກ່າວ, ພວກເຮົາຈະໄດ້ແຈ້ງໃຫ້ຮູ້ ຫລັງຈາກປິດຮັບສະໝັກ, ຫວັງ ວ່າ ທຸກທ່ານຄົງຈະເຂົ້າໃຈ ຕາມນີ້ດ້ວຍ.
5. ວິທີການ ແຂ່ງຂັນ : ສ່ວນຂອງຜູ້ໃຫຍ່ : ຄົນລະ 2 ເກມ
ກໍລະນີ ແຂ່ງດ່ຽວ, ແມ່ນຈະເອົາຄະແນນລວມ 2 ເກມ
ກໍລະນີ ແຂ່ງເປັນທີມ, ແມ່ນຈະເອົາຄະແນນສະເລ່ຍ
( ສຳລັບຜູ້ຍິງ, ແມ່ນຈະໄດ້ເພີ່ມ 30 ຄະແນນ/ເກມ)
ສ່ວນຂອງເດັກນ້ອຍ : ນັບແຕ່ ນັກຮຽນປະຖົມລົງມາ, ການແຂ່ງດ່ຽວ ໂດຍນັບ ຄະແນນລວມຂອງ 2 ເກມ/ຄົນ
6. ລາງວັນ : ສ່ວນຂອງຜູ້ໃຫຍ່ : ການແຂ່ງເປັນທີມ ຈະມີ ອັນດັບ ທີ່ 1, 2, 3
ການແຂ່ງດ່ຽວ ໂດຍແຍກ ຊາຍ/ຍິງ ຈະມີອັນດັບ ທີ່ 1, 2, 3
ສ່ວນຂອງເດັກນ້ອຍ : ການແຂ່ງດ່ຽວ ຈະມີອັນດັບ ທີ່ 1, 2, 3
7. ອາຫານທ່ຽງ : ຫລັງຈາກ ການແຂ່ງຂັນສຳເລັດລົງແລ້ວ, ຈະໄດ້ມີການຫ້າງຫາກະກຽມ ອາຫານທ່ຽງ ແລະ ເຄື່ອງດື່ມ ( ປະເພດ ເຄື່ອງດື່ມເບົາໆ).
8. ການສະໝັກ : ສຳລັບທ່ານຜູ້ທີ່ສົນໃຈຈະສະໝັກ, ກະລຸນາ ຕື່ມຂໍ້ມູນໃສ່ໃນແບບຟອມ ທີ່ໄດ້ຄັດຕິດ ມາພ້ອມນີ້, ແລ້ວສົ່ງ ແຟັກສ໌ ຫລື e-mail ຫາຜູ້ຮັບຜິດຊອບດ້ວຍ.
ໃນກໍລະນີ ທີ່ສະໝັກເປັນທີມ (4 ຄົນ/ທີມ) ກະລຸນາ ຂຽນຊື່ທີມ ໃຫ້ຈະແຈ້ງ.
ໃນກໍລະນີ ທີ່ສະໝັກດ່ຽວ, ຜູ້ຮັບຜິດຊອບ ຈະໄດ້ຈັດເຂົ້າເປັນທີມ ຕາມຄວາມເໝາະສົມ.
9. ປິດຮັບສະໝັກ :
ເວລາ : 17:00 ໂມງ, ວັນທີ : 09/08/2007 (ວັນພະຫັດ), ກະລຸນາຮັກສາເວລາ).
ເນື່ອງຈາກ ພວກເຮົາຕ້ອງໄດ້ມີການກະກຽມລ່ວງໜ້າ, ຖ້າວ່າ ຜູ້ໃດຫາກສະໝັກຊ້າ ຈະບໍ່ສາມາດເຂົ້າ ຮ່ວມໄດ້.
10. ເຄື່ອງ ທີ່ຈະຕ້ອງໄດ້ກະກຽມມາພ້ອມ ໃນມື້ແຂ່ງຂັນ :
• ຖົງທ້າວ
• ເນື່ອງຈາກ ເກີບ ສຳລັບເດັກນ້ອຍ ມີຈຳນວນຈຳກັດ, ກະລຸນາ ກຽມເກີບກິລາ ໄວ້ລົງແຂ່ງຂັນ.
• ນອກຈາກ ຄ່າອາຫານ ແລະ ເຄື່ອງດື່ມ ທີ່ພວກເຮົາກະກຽມໄວ້ໃຫ້ແລ້ວນັ້ນ, ທີ່ເຫລືອ ແມ່ນຄວາມຮັບ ຜິດຊອບ ຂອງ ທ່ານເອງ.
• ເນື່ອງຈາກ ສະຖານທີ່ຈອດລົດ ມີຈຳກັດ, ຫວັງວ່າ ບັນດາທ່ານຈະໃຫ້ຄວາມຮ່ວມມື ໃນການໃຊ້ລົດ ມານຳກັນ.
11. ອື່ນໆ
• ພວກເຮົາ ຈະໄດ້ເປີດຮັບເອົາຂອງລາງວັນ ສຳລັບການແຂ່ງຂັນ ໂບວ໌ລິ້ງ ໃນຄັ້ງນີ້ທີ່ ສະມາຄົມ ຄົນຍີ່ ປຸ່ນ, ສຳລັບຜູ້ທີ່ຕ້ອງການບໍລິຈາກ ກະລຸນາຕິດຕໍ່ມາທີ່ ຜູ້ຮັບຜິດຊອບດ້ວຍ.
• ພວກເຮົາ ມີແຜນທີ່ຈະຈັດການຝຶກຊ້ອມການແຂ່ງຂັນ ໃນທ້າຍເດືອນ 07/2007, ລາຍລະອຽດ ຈະ ແຈ້ງຕາມພາຍຫລັງ
ລາຍລະອຽດ


ກະລຸນາ ຕື່ມແບບຟອມຂ້າງລຸ່ມນີ້ (MS-WORD, PDF), ແລ້ວສົ່ງຫາ ຜູ້ຮັບຜິດຊອບແຕ່ລະພາກສ່ວນດ້ວຍ, ແຟັກສ໌ ຫລື e-mail, ກ່ອນ ເວລາ 17:00 ຂອງວັນທີ 09/08/2007. ເນື່ອງຈາກ ພວກເຮົາຕ້ອງໄດ້ມີການຫ້າງຫາກະ ກຽມ, ສຳລັບ ຜູ້ທີ່ສະໝັກ ຫລັງມື້ປິດຮັບສະໝັກແລ້ວນັ້ນ ຈະບໍ່ຖືກຮັບພິຈາລະນາ. ສະນັ້ນ, ຂໍໃຫ້ທຸກ ທ່ານສະໝັກ ພາຍໃນເວລາທີ່ໄດ້ກຳນົດໄວ້ດ້ວຍ. ນອກຈາກນັ້ນ, ໃນກໍລະນີ ຕ້ອງການຍົກເລີກ, ກະລຸນາ ແຈ້ງມາຍັງ ແຕ່ລະພາກສ່ວນທີ່ຮັບຜິດຊອບ ກ່ອນມື້ແຂ່ງຂັນດ້ວຍ.

[ຜູ້ຮັບຜິດຊອບ ໃນການສະໝັກ] :

ກຸ່ມ

ຜູ້ຮັບຜິດຊອບ

ສ່ວນຕົວ

Yoshida Tetsurou

ນິຕິບຸກຄົນ

Nakaya Takehiko

NGO / ກ່ຽວກັບ ຕ່າງປະເທດ

Yamada Chiaki

ສະຖານທູດ

Hirasawa Masaki

JICA

Matsumoto Hideki

JAOL

Ms. Suthad (ນົກ)

ກັບຄືນຂື້ນເທີງ

Copyright (c) 2007-2008. Japan Alumni of Laos (JAOL). All rights reserved.
Hosted by www.Geocities.ws

1