ADDP ໂຄງການຊ່ວຍເຫຼືອຄົນຕາບອດ
ADDP (Asian Development with Disabled Persons) ເປັນອົງການທີ່ບໍ່ຂື້ນກັບລັດຖະບານ (NGO:non-governmental organization).
- ຈຸດປະສົງຫຼັກຂອງໂຄງການ:
- ເພື່ອສ້າງສະພາບແວດລ້ອມການສຶກສາຂອງຄົນຕາບອດໃນລາວໃຫ້ດີຂຶ້ນ ເພື່ອເຂົາເຈົ້າຈະໄດ້ຊ່ວຍເຫຼືອຕົນເອງ ແລະ ປະກອບສ່ວນໃນການສ້າງສາສັງຄົມ.
- ກິດຈະກຳຫຼັກ:
- 1.ສ້າງບຸກຄະລາກອນໃນດ້ານ IT.
- 2.ຜະລິດປຶ້ມຕຳລາຮຽນທີ່ເປັນຕົວໜັງສືນູນ.
- 3.ສົ່ງຄົນຕາບອດໄປຟຶກອົບຮົມຢູ່ຍີ່ປຸ່ນ.
ໃນການດຳເນີນກິດຈະກຳດັ່ງກ່າວຂ້າງເທິງນີ້ ທາງໂຄງການກໍ່ຍັງພົບຄວາມຫຍຸ້ງຍາກ ຫຼາຍຢ່າງຍັງຕ້ອງການຄວາມຊ່ວຍເຫຼືອຈາກທຸກຄົນ ຜູ້ທີ່ມີປະສົງຢາກປະກອບສ່ວນຊ່ວຍເຫຼືອ ສັງຄົມ. ລາຍລະອຽດວ່າເຮົາສາມາດຊ່ວຍເຫຼືອເຂົາເຈົ້າໃນດ້ານໃດແດ່ນັ້ນ, ກະລຸນາເຂົ້າຮ່ວມການສຳມະນາ ວັນທີ 5 ເດືອນ 10 ທີ່ສູນຟື້ນຟູຄົນພິການ.
ຖ້າຫາກວ່າທ່ານໃດສົນໃຈກະລຸນາສະມັກມາທີ່
- JICafe, Laos ນາງ ນົກ
- Tel : 021 262 863
- E-mail : [email protected]
ນີ້ແມ່ນກິດຈະກຳແລະບົດລາຍງານຈໍານວນຫນຶ່ງຂອງADDPໂຄງການຊ່ວຍເຫຼືອຄົນຕາບອດນີ້ (ເປັນພາສາຍີ່ປຸ່ນ ແລະ ພາສາອັງກິດ):
|